ຊຸກຍູ້ການຮ່ວມມືດ້ານການເງິນ ອາຊຽນ + 3
ຕາມຂ່າວສານ ຊິນຮວາ ລາຍງານວັນທີ 30 ມີນາ ນີ້ວ່າ: ກອງປະຊຸມປຶກສາຫາລືສະພາບການເສດຖະກິດມະຫາພາກໃນພາກພື້ນ ແລະ ຄວາມຄືບໜ້າ ໃນການຜັນຂະຫຍາຍຂໍ້ລິເລີ່ມການຮ່ວມມືດ້ານການເງິນໃນພາກພື້ນອາຊຽນບວກ. ໃນລະຫວ່າງວັນທີ 29-30 ມີນາ, ກອງປະຊຸມຮອງລັດຖະມົນຕີກະ ຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງຂອງບັນດາປະເທດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ + 3) ໄດ້ຈັດຂຶ້ນຢູ່ ເກາະບາຫຼີ, ປະເທດ ອິນໂດ ເນເຊຍ ໃນຂອບເຂດການຮ່ວມມືດ້ານການເງິນ ອາຊຽນ + 3 (ລວມມີບັນດາປະເທດ ອາຊຽນບວກ ຈີນ, ຍີ່ປຸ່ນ, ສ ເກົາ ຫຼີ). ກອງປະຊຸມໄດ້ປຶກສາຫາລື ສະພາບການເສດຖະກິດມະຫາພາກໃນພາກພື້ນ ແລະ ຄວາມຄືບໜ້າໃນການຜັນຂະຫຍາຍຂໍ້ລິເລີ່ມໃນການຮ່ວມມືດ້ານການເງິນ. ກອງປະຊຸມໄດ້ອັບເດດ ຄວາມຄືບໜ້າໃນການຜັນຂະຫຍາຍ 4 ຫົວຂໍ້ໃຫຍ່ຂໍ້ລິເລີ່ມຂອງ ອາຊຽນ + 3, ມຸ່ງໄປເຖິງບັນດາເປົ້າໝາຍເພີ່ມທະວີແຫຼ່ງກຳລັງການເງິນໃຫ້ ແກ່ພື້ນ ຖານໂຄງລ່າງ, ຍົກສູງການນຳໃຊ້ບັນດາເຄື່ອງມືປະຕິຮູບໂຄງປະກອບມະຫາພາກ, ປັບປຸງຄວາມໝັ້ນຄົງດ້ານການເງິນຕໍ່ໜ້າຄວາມສ່ຽງຈາກໄພທຳມະຊາດ ແລະ ເພີ່ມທະວີການຮ່ວມມືດ້ານນະໂຍ ບາຍໃນບັນດາຂົງເຂດນາວະຕະກຳໃໝ່ທາງດ້ານເຕັກໂນໂລຢີ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/04/2023